ລະບົບນິເວດໃນຕົວເມືອງ

ການສ້າງຄວາມຫຼາກຫຼາຍທາງຊີວະພາບດ້ວຍພູມິທັດຂອງ Gradient Canopy.

3 ນາທີ

ບັກຫວີດດອກສີແດງ (Redflower Buckwheat) ແລະ ມາໂດຣນແປຊິຟິກ (Pacific Madrone) ຢູ່ Gradient Canopy. ຮູບພາບ: Mark Wickens.

ການສ້າງສະພາບແວດລ້ອມຂອງສຳນັກງານທີ່ອຸດົມສົມບູນໄປດ້ວຍລະບົບນິເວດບໍ່ພຽງແຕ່ດີຕໍ່ໂລກເທົ່ານັ້ນ, ແຕ່ຍັງດີຕໍ່ຜູ້ຄົນນຳ. ລະບົບນິເວດ ແລະ ພູມິທັດທີ່ສົມບູນ ແລະ ຫຼາກຫຼາຍຈະຊ່ວຍສະໜັບສະໜູນຄວາມຫຼາກຫຼາຍທາງຊີວະພາບ, ເພີ່ມຄວາມຍືດຍຸ່ນທາງນິເວດວິທະຍາ ແລະ ມີປະໂຫຍດຢ່າງຫຼວງຫຼາຍຕໍ່ສຸຂະພາບຂອງມະນຸດ. ນັ້ນຈຶ່ງເປັນເຫດຜົນທີ່ການອອກແບບ Gradient Canopy ຂອງພວກເຮົາມຸ່ງເນັ້ນໃສ່ການຟື້ນຟູລະບົບນິເວດທ້ອງຖິ່ນທີ່ມີຄວາມຫຼາກຫຼາຍທາງຊີວະພາບ.

ຢູ່ພື້ນທີ່ທີ່ອຸດົມສົມບູນໄປດ້ວຍພືດພັນຂະໜາດ 4 ເອເຄີຂອງ Gradient Canopy, ພວກເຮົາໄດ້ດຳເນີນການຟື້ນຟູອົງປະກອບຂອງລະບົບນິເວດທີ່ເຄີຍແຜ່ຫຼາຍໃນຊິລິຄອນວັລເລ, ເຊິ່ງຮວມທັງປ່າຕົ້ນໂອກ, ປ່າຕົ້ນວິວໂລ, ພຸ່ມໂອກແຄະ ແລະ ທົ່ງຫຍ້າ. ພູມິທັດປະກອບດ້ວຍພັນພືດທ້ອງຖິ່ນເກືອບທັງໝົດ, ເຊິ່ງຮວມທັງຕົ້ນໄມ້ພື້ນເມືອງປະມານ 400 ຕົ້ນ ແລະ ພືດພື້ນເມືອງທີ່ເປັນມິດຕໍ່ແມງໄມ້ປະສົມເກສອນ ເຊັ່ນ: ຕົ້ນໄຟເດືອນຫ້າ, ຢາຣ໌ໂຣວ໌ ແລະ ເຊຈ. ເປົ້າໝາຍກໍຄືການຟື້ນຟູມໍລະດົກທາງນິເວດວິທະຍາຂອງພື້ນທີ່ນີ້ ແລະ ເສີມສ້າງປະສົບການຂອງມະນຸດ, ພ້ອມທັງສ້າງພູມິທັດທີ່ເຕີບໃຫຍ່ ແລະ ນຳໃຊ້ໄດ້ສຳລັບກຸ່ມສິ່ງມີຊີວິດທີ່ຫຼາກຫຼາຍທາງຊີວະພາບໄປພ້ອມກັນ.

ຢາຣ໌ໂຣວ໌ (Yarrow) ແລະ ໄຄໂຢຕີມິ້ນ (Coyote Mint) ຢູ່ Gradient Canopy

ຢາຣ໌ໂຣວ໌ (Yarrow) ແລະ ໄຄໂຢຕີມິ້ນ (Coyote Mint) ຢູ່ Gradient Canopy. ຮູບພາບ: Mark Wickens.

ພາກສ່ວນສຳຄັນຂອງກົນລະຍຸດດ້ານນິເວດວິທະຍາຂອງພວກເຮົາຢູ່ Gradient Canopy ມຸ່ງເນັ້ນໃສ່ຕົ້ນໄມ້ຊະນິດໜຶ່ງໂດຍສະເພາະ, ເຊິ່ງກໍຄື: ຕົ້ນໂອກ. ຕົ້ນໄມ້ທີ່ເປັນສັນຍະລັກຂອງພູມິທັດແຄລິຟໍເນຍ, ເຊິ່ງເຄີຍຂຶ້ນຢູ່ເຕັມຊິລິຄອນວັລເລ. ຕົ້ນໂອກພື້ນເມືອງທົນຕໍ່ໄພແລ້ງ, ທົນໄຟ ແລະ ມີປະສິດທິພາບໃນການກຳຈັດມົນລະພິດທາງອາກາດ ແລະ ດູດຊັບຄາບອນຈາກບັນຍາກາດ. ນອກຈາກນີ້, ລະບົບນິເວດປ່າຕົ້ນໂອກຍັງຮັກສາຄວາມຫຼາກຫຼາຍຂອງພືດ ແລະ ສັດໄດ້ສູງທີ່ສຸດໃນແຄລິຟໍເນຍນຳ, ໂດຍຮອງຮັບພັນພືດເພີ່ມເຕີມກວ່າ 2,000 ຊະນິດ ແລະ ແມງໄມ້ປະມານ 5,000 ຊະນິດ. ນົກຫຼາຍຮ້ອຍຊະນິດ, ສັດລ້ຽງລູກດ້ວຍນົມ ແລະ ສັດປ່າອື່ນໆພາກັນເພິ່ງພາຄວາມອຸດົມສົມບູນຂອງປ່າໂອກເພື່ອເປັນແຫຼ່ງອາຫານ, ຮົ່ມເງົາ ແລະ ບ່ອນຫຼົບໄພ.

ພວກເຮົາໄດ້ເຮັດວຽກຮ່ວມກັບນັກວິທະຍາສາດທ້ອງຖິ່ນເພື່ອອອກແບບຮົ່ມໄມ້ທີ່ເຊື່ອມຕໍ່ກັນສຳລັບພູມມິທັດທີ່ມີຕົ້ນໂອກ, ຮວມທັງຕົ້ນໄມ້ຊະນິດອື່ນໆ ເຊັ່ນ: ຕົ້ນບັກອາຍ, ຕົ້ນໝາກເດື່ອ ແລະ ຕົ້ນວິວໂລ. ຍອດໄມ້ທີ່ເຊື່ອມຕໍ່ກັນສ້າງທາງຍ່າງຂອງສັດປ່າໄປຕາມສະພາບແວດລ້ອມທີ່ສ້າງຂຶ້ນ ແລະ ບັນເທົາຜົນກະທົບຈາກປາກົດການເກາະຄວາມຮ້ອນ (Urban Heat Island Effect).

ການປູກພືດປະສົມເກສອນພື້ນເມືອງເຮັດໜ້າທີ່ເປັນໄມ້ໃຕ້ຮົ່ມໄມ້ໃຫ້ກັບຕົ້ນໄມ້ພື້ນເມືອງຂອງ Gradient Canopy, ໂດຍຈະເປັນແຫຼ່ງອາຫານໃຫ້ແມງກະເບື້ອ, ນົກ ແລະ ເຜິ້ງທ້ອງຖິ່ນ. ພູມິທັດສ່ວນໜຶ່ງໄດ້ຮັບການອອກແບບມາເພື່ອຮອງຮັບປະຊາກອນແມງກະເບື້ອຈັກກະພັດຂອງເຂດຕາເວັນຕົກໂດຍສະເພາະ, ໂດຍໃຊ້ຄວາມຮູ້ທາງວິທະຍາສາດທີ່ດີທີ່ສຸດທີ່ມີຢູ່ໃນການສ້າງການປະສົມທີ່ເໝາະສົມຂອງຕົ້ນໄຟເດືອນຫ້າ, ເຊິ່ງຮອງຮັບໄຂ່ ແລະ ໜອນແມງກະເບື້ອຈັກກະພັດ, ພ້ອມທັງດອກໄມ້ທີ່ຈະຊ່ວຍເຕີມພະລັງໃຫ້ກັບແມງກະເບື້ອໃນລະຫວ່າງການອົບພະຍົບທາງໄກ.

ຢູ່ Gradient Canopy, ພວກເຮົາໄດ້ປະສົມການປູກພືດປະສົມເກສອນພື້ນເມືອງກັບແປງປູກພືດ ແລະ ກ່ອງລ້ຽງເຜິ້ງເພື່ອບັນລຸຂໍ້ກຳນົດ Urban Agriculture Imperative ຂອງ Living Building Challenge, ເຊິ່ງມີຈຸດປະສົງເພື່ອເຊື່ອມຕໍ່ຊຸມຊົນກັບອາຫານສົດທີ່ປູກໃນທ້ອງຖິ່ນ. ແປງປູກພືດ 2 ແປງໃນພື້ນທີ່ຈັດຫາຜົນຜະລິດຂອງຄ່າເຟ່ຂອງພວກເຮົາ ແລະ ຫ້ອງຄົວສອນເຮັດອາຫານຂອງ Googler ພ້ອມທັງສະແດງໃຫ້ເຫັນວ່າການຈັດພູມິທັດດ້ວຍພືດພື້ນເມືອງ ແລະ ການເຮັດສວນເພື່ອຜົນຜະລິດຈະເຮັດວຽກຮ່ວມກັນເພື່ອການຜະລິດອາຫານທ້ອງຖິ່ນທີ່ຍືດຍຸ່ນຫຼາຍຂຶ້ນໄດ້ແນວໃດ.

ແປງປູກພືດຢູ່ Gradient Canopy.

ແປງປູກພືດຢູ່ Gradient Canopy.

ນອກຈາກນີ້, ພວກເຮົາຍັງຮ່ວມມືກັບ The Planet Bee Foundation, ເຊິ່ງເປັນອົງກອນບໍ່ສະແຫວງຜົນກຳໄລທີ່ຈັດການຮັງເຜິ້ງຢູ່ Mountain View ຂອງ Google, ເພື່ອຕິດຕັ້ງກ່ອງລ້ຽງເຜິ້ງ 3 ກ່ອງໃນພື້ນທີ່ນີ້. ໃນຂັ້ນຕອນການອອກແບບຂອງພວກເຮົາ, ພວກເຮົາໄດ້ສຶກສາວິທີທີ່ພູມິທັດສາມາດຮອງຮັບທັງເຜິ້ງຕ່າງຖິ່ນ ແລະ ເຜິ້ງພື້ນເມືອງເພື່ອສົ່ງເສີມສິດທິປະໂຫຍດໃຫ້ກັບທັງ 2 ສາຍພັນ. ການຄົ້ນຄວ້ານີ້ຈະໃຫ້ຂໍ້ມູນກ່ຽວກັບວິທີທີ່ Google ປະສົມເຜິ້ງທີ່ບໍ່ແມ່ນພັນທ້ອງຖິ່ນເຂົ້າກັບການອອກແບບພູມິທັດທາງນິເວດພື້ນເມືອງໃນອະນາຄົດເພື່ອສ້າງປະໂຫຍດທັງຕໍ່ຄວາມຫຼາກຫຼາຍທາງຊີວະພາບພື້ນເມືອງ ແລະ ການຜະລິດອາຫານທ້ອງຖິ່ນ.

ການອອກແບບນິເວດວິທະຍາໃນເມືອງຂອງ Gradient Canopy ໄດ້ຮັບຄຳແນະນຳມາຈາກ ໂປຣແກຣມນິເວດວິທະຍາ ຂອງ Google, ເຊິ່ງພວກເຮົາເປີດຕົວໃນປີ 2014 ເພື່ອນຳຫຼັກວິທະຍາສາດທີ່ດີທີ່ສຸດທີ່ມີຢູ່ມາໃຊ້ກັບການອອກແບບພື້ນທີ່ກາງແຈ້ງຂອງພວກເຮົາ. ສຸດທ້າຍແລ້ວ, Gradient Canopy ກໍເປັນອົງປະກອບສຳຄັນອົງປະກອບໜຶ່ງຂອງວິໄສທັດທີ່ໃຫຍ່ກວ່າຂອງພວກເຮົາໃນການເພີ່ມພູນທຳມະຊາດ ແລະ ຄວາມຫຼາກຫຼາຍທາງຊີວະພາບຜ່ານສຳນັກງານຕ່າງໆຂອງພວກເຮົາ.