ດ້ວຍ Bay View ແລະ Gradient Canopy, ພວກເຮົາຕ້ອງການທີ່ຈະສ້າງສະຖານທີ່ທີ່ມີຊີວິດຊີວາ ແລະ ຕ້ອນຮັບຜູ້ຄົນ ໂດຍເປັນຜູ້ນຳໃນການອອກແບບທີ່ຍືນຍົງ ແລະ ເປັນປະໂຫຍດຮ່ວມກັນທັງຕໍ່ຊຸມຊົນທ້ອງຖິ່ນ ແລະ Google. ບໍ່ວ່າແນວໃດກໍຕາມ, ພວກເຮົາພະຍາຍາມທີ່ຈະເປັນເພື່ອນບ້ານທີ່ມີປະໂຫຍດຢູ່ສະເໝີ. ນັ້ນຈຶ່ງເປັນເຫດຜົນທີ່ຢູ່ Gradient Canopy ພວກເຮົາມຸ່ງເນັ້ນການສ້າງພື້ນທີ່ຊຸມຊົນທີ່ບໍ່ແບ່ງແຍກ ແລະ ເຊີນຊວນສຳລັບເພື່ອນບ້ານ, ຜູ້ຢ້ຽມຢາມ ແລະ Googler. ສຳລັບພວກເຮົາແລ້ວ, ບໍ່ແມ່ນພຽງແຕ່ເລື່ອງການອອກແບບສະຖານທີ່ເຮັດວຽກທີ່ດີທີ່ສຸດເທົ່ານັ້ນ, ແຕ່ເປັນເລື່ອງການສ້າງເສັ້ນທາງໃໝ່ໆສຳລັບການເຊື່ອມຕໍ່ທີ່ຊ່ວຍໃຫ້ຊຸມຊົນທ້ອງຖິ່ນຂອງພວກເຮົາເຕີບໃຫຍ່.
ການສ້າງສະຖານທີ່
Designing vibrant places that respond to their local context and create benefits for everyone.
3 ນາທີ
ການສະແດງພາບເບື້ອງຕົ້ນທີ່ສະແດງໃຫ້ເຫັນລານກວ້າງສາທາລະນະຢູ່ Gradient Canopy.
"ພວກເຮົາຕ້ອງການຮູ້ວ່າສະຖານທີ່ເຫຼົ່ານີ້ສາມາດສ້າງຜົນກະທົບທາງບວກຕໍ່ສິ່ງແວດລ້ອມ ແລະ ສັງຄົມຕໍ່ທຸກຄົນທີ່ກ່ຽວຂ້ອງໄດ້ແນວໃດ,"
– Joe Van Belleghem, ຜູ້ອຳນວຍການອາວຸໂສຝ່າຍພັດທະນາລະດັບໂລກຂອງ Google
ດ້ວຍ Gradient Canopy, ພວກເຮົາໃສ່ໃຈກັບການຖັກແສ່ວອາຄານນີ້ເຂົ້າກັບບໍລິບົດແວດລ້ອມ. ໂດຍຈະມີ Green Loop ທີ່ມີເສັ້ນທາງລົດຖີບ ແລະ ທາງຍ່າງໂດຍສະເພາະຄົດລ້ຽວໄປມາຮອບອາຄານ ແລະ ທົ່ວທັງພື້ນທີ່ຂະໜາດ 18 ເອເຄີ. ຢູ່ນີ້ຜູ້ຄົນສາມາດເພີດເພີນໄປກັບພູມິທັດພື້ນເມືອງ ແລະ ສິນລະປະສາທາລະນະທີ່ປະກອບຂຶ້ນເປັນພື້ນທີ່ສາທາລະນະພາຍນອກອາຄານ.
ທາງເບື້ອງຕາເວັນຕົກ, ອາຄານເປີດສູ່ສວນສາທາລະນະຊາຣ໌ລສຕັນທີ່ຢູ່ຕິດກັນເພື່ອຕ້ອນຮັບສາທາລະນະຊົນເຂົ້າສູ່ Google Visitor Experience. ບໍ່ວ່າທ່ານຈະມາພົບປະກັບໝູ່ຢູ່ Cafe, ເຂົ້າຮ່ວມກິດຈະກຳຢູ່ Huddle, ສຳຫຼວດຜະລິດຕະພັນ ແລະ ບໍລິການຢູ່ Google Store, ຄົ້ນພົບທຸລະກິດທ້ອງຖິ່ນຢູ່ຮ້ານຄ້າປັອບອັບ ຫຼື ປົດປ່ອຍຄວາມຢາກຮູ້ຢາກເຫັນໃນລານກວ້າງດ້ວຍຜົນງານສິນລະປະ ແລະ ໂປຣແກຣມຕ່າງໆ, ຢູ່ບ່ອນນີ້ມີສິ່ງທີ່ເໝາະສຳລັບທຸກຄົນ. Huddle ນຳສະເໜີກິດຈະກຳ ແລະ ເວີກຊັອບທີ່ຫຼາກຫຼາຍເພື່ອໃຫ້ຄວາມສຳຄັນກັບອົງກອນບໍ່ສະແຫວງຜົນກຳໄລ ແລະ ອົງກອນຊຸມຊົນທ້ອງຖິ່ນ, ພ້ອມທັງເຮັດໜ້າທີ່ເປັນຈຸດສູນກາງທາງສັງຄົມສຳລັບສຳນັກງານ Mountain View ແລະ ບໍລິເວນນອດເບຊໍຣ໌ທີ່ໃຫຍ່ກວ່າ.
ພື້ນທີ່ຊຸມຊົນໃນຮົ່ມເຫຼົ່ານີ້ເຊື່ອມຕໍ່ກັບລານກວ້າງສາທາລະນະກາງແຈ້ງຂະໜາດໃຫຍ່, ເຊິ່ງເປັນບ່ອນທີ່ພວກເຮົາຈະຈັດກິດຈະກຳກັບເພື່ອນບ້ານ ແລະ ສົ່ງເສີມການສານສາຍສຳພັນທີ່ມີຄວາມໝາຍລະຫວ່າງຊຸມຊົນ ແລະ Googler. ນອກຈາກນີ້, ຍັງມີຜົນງານສິນລະປະສາທາລະນະ 6 ຜົນງານກະຈາຍຢູ່ທົ່ວລານກວ້າງ ແລະ ມີບ່ອນນັ່ງສາທາລະນະຢ່າງຫຼວງຫຼາຍ.
ຕະຫຼາດສິນຄ້າຈາກກະສິກອນຢູ່ Mountain View ຄຶກຄື້ນໄປດ້ວຍກິດຈະກຳ.
ເພື່ອປັບປຸງວິທີການເດີນທາງຂອງຜູ້ຄົນໃນນອດເບຊໍຣ໌, ພວກເຮົາໄດ້ດຳເນີນການຮ່ວມມືກັບເມືອງ Mountain View ເພື່ອສ້າງໂຄງການພັດທະນາລະບົບຂົນສົ່ງ Charleston Transit Corridor ໄລຍະທຳອິດ, ເຊິ່ງຈະສົ່ງເສີມການຂົນສົ່ງສາທາລະນະ, ເພີ່ມຄວາມປອດໄພສຳລັບລົດຖີບ ແລະ ຄົນຍ່າງ, ພ້ອມທັງເຮັດໃຫ້ການເດີນທາງອ້ອມຮອບນອດເບຊໍຣ໌ໂດຍບໍ່ຕ້ອງໃຊ້ລົດຍົນເປັນເລື່ອງງ່າຍຂຶ້ນ. ໃນພາກສ່ວນໂຄງການ Gradient Canopy, ມີການສ້າງສູນຂົນສົ່ງ 2 ບ່ອນຢູ່ຖະໜົນຊາຣ໌ລສຕັນໂຣດຕິດກັບສຳນັກງານນີ້. ສິ່ງອຳນວຍຄວາມສະດວກເຫຼົ່ານີ້, ພ້ອມກັບຊ່ອງທາງເດີນລົດສະເພາະລົດເມທີ່ວາງແຜນໄວ້ຢູ່ຖະໜົນຊາຣ໌ລສຕັນໂຣດ ແລະ ຊໍຣ໌ໄລນ໌ບູເລີວາຣ໌ດຈະເພີ່ມທາງເລືອກໃນການເດີນທາງໃນພື້ນທີ່ນີ້.
ນອກຈາກນັ້ນ, Charleston Transit Corridor ຍັງມີເສັ້ນທາງລົດຖີບ ແລະ ທາງຍ່າງລະດັບໂລກ, ຮວມທັງທາງລົດຖີບແບບແຍກສ່ວນລະດັບ Class IV ຫຼື ທີ່ເອີ້ນວ່າເລນລົດຖີບແຍກ. ພາຍໃນອາຄານນີ້, ພວກເຮົາກຳລັງສົ່ງເສີມການເດີນທາງແບບ “2 ລໍ້” ດ້ວຍບ່ອນຈອດລົດຖີບຫຼາຍກວ່າ 780 ຄັນ, ພ້ອມດ້ວຍຕູ້ລັອກເກີລົດຖີບ ແລະ ຫ້ອງອາບນ້ຳ.
ໝາຍເຫດສຳລັບຜູ້ອ່ານ: ເລື່ອງລາວນີ້ເຜີຍແຜ່ເທື່ອທຳອິດໃນເດືອນພຶດສະພາ 2022 ແລະ ປັບປຸງໃນເດືອນສິງຫາ 2023 ເພື່ອໃຫ້ສະທ້ອນເຖິງລາຍລະອຽດໂຄງການຫຼ້າສຸດ.