ສຳລັບຢູ່ Gradient Canopy, ເຊິ່ງພວກເຮົາໄດ້ຮັບການຮັບຮອງມາດຕະຖານ Materials Petal ພາຍໃຕ້ Living Building Challenge (LBC) ຈາກສະຖາບັນ International Living Future Institute (ILFI), ການຊອກຫາວັດສະດຸທີ່ບໍ່ເປັນພິດ ແລະ ຊ່ວຍຟື້ນຟູລະບົບນິເວດມາໃຊ້ເຊິ່ງຖືເປັນສິ່ງສຳຄັນທີ່ສຸດ. ດ້ວຍເຫດນີ້, ພວກເຮົາຈຶ່ງໄດ້ສຳຫຼວດວິທີນຳເອົາໄມ້ແປຮູບຂະໜາດໃຫຍ່ຈາກແຫຼ່ງທີ່ຍືນຍົງມາໃຊ້ໃນອາຄານຫຼັງນີ້ເພື່ອໃຊ້ປະໂຫຍດຈາກຄຸນສົມບັດໃນການຟື້ນຟູ ແລະ ກັກເກັບຄາບອນຂອງໄມ້.
ໄມ້ແປຮູບຂະໜາດໃຫຍ່ (Mass Timber) ເປັນເທັກນິກການກໍ່ສ້າງທີ່ໃຊ້ໄມ້ອັດເຂົ້າກັນເພື່ອສ້າງເສົາ, ຄານ, ຝາ, ພື້ນ ແລະ ຫຼັງຄາໃນຮູບແບບທີ່ສາມາດຫຼຸດການປ່ອຍປະລິມານຄາບອນເມື່ອທຽບກັບວິທີກໍ່ສ້າງແບບດັ້ງເດີມໄດ້. ສຸດທ້າຍແລ້ວ, ໄມ້ແປຮູບຂະໜາດໃຫຍ່ໄດ້ກາຍເປັນສ່ວນສຳຄັນໃນອາຄານຫຼັງນີ້ ແລະ ພວກເຮົາໄດ້ນຳສິ່ງທີ່ຮຽນຮູ້ຈາກບ່ອນນີ້ໄປໃຊ້ໃນໂຄງການກໍ່ສ້າງອື່ນໆຂອງ Google ນຳ.
ພວກເຮົາມີຄວາມສົນໃຈກ່ຽວກັບສັກກະຍະພາບຂອງໄມ້ແປຮູບຂະໜາດໃຫຍ່ມາໄລຍະໜຶ່ງແລ້ວ ເນື່ອງຈາກຄຸນສົມບັດການເຊື່ອມໂຍງຜູ້ຄົນເຂົ້າກັບທຳມະຊາດ, ວັດສະດຸປະເພດນີ້ຈຶ່ງສົ່ງເສີມໃຫ້ບ່ອນເຮັດວຽກດີຕໍ່ສຸຂະພາບຍິ່ງຂຶ້ນ, ມີຜະລິດຕະພາບຫຼາຍຂຶ້ນ ແລະ ມີຮູບລັກທີ່ສ້າງແຮງບັນດານໃຈ. ການເຊື່ອມໂຍງຜູ້ຄົນເຂົ້າກັບທຳມະຊາດ ແມ່ນການປະສົມທຳມະຊາດເຂົ້າກັບການອອກແບບເພື່ອສ້າງພື້ນທີ່ທີ່ຜູ້ຄົນຈະເຕີບໃຫຍ່ ແລະ ການທີ່ພວກເຮົາສາມາດນຳອົງປະກອບຂອງໄມ້ເປືອຍມາໄວ້ພາຍໃນອາຄານນອກຈາກຈະຫຼຸດຄວາມຈຳເປັນໃນການໃຊ້ວັດສະດຸເພີ່ມເຕີມ ເຊັ່ນ: ວັດສະດຸເຄືອບຜິວ ແລະ ສີ, ກໍຍັງຊ່ວຍໃຫ້ຜູ້ຄົນຮູ້ສຶກເຊື່ອມໂຍງກັບທຳມະຊາດໄດ້ເຖິງແມ່ນວ່າຈະຢູ່ພາຍໃນອາຄານກໍຕາມ. ດັ່ງນັ້ນເມື່ອພວກເຮົາເລີ່ມອອກແບບ Gradient Canopy, ພວກເຮົາໄດ້ສຳຫຼວດຄວາມເປັນໄປໄດ້ທີ່ຈະໃຊ້ໄມ້ແປຮູບຂະໜາດໃຫຍ່ສຳລັບໂຄງສ້າງທັງໝົດຂອງອາຄານ ແລະ ພົບວ່າບໍ່ສາມາດນຳມາໃຊ້ກັບໂຄງສ້າງຈຸດພາດຍາວຕາມທີ່ພວກເຮົາຕ້ອງການໄດ້, ແຕ່ພວກເຮົາກໍຍັງສາມາດນຳໄມ້ມາໃຊ້ໃນອົງປະກອບທາງໂຄງສ້າງບາງສ່ວນພາຍໃນອາຄານໄດ້.
Gradient Canopy ໃຊ້ອົງປະກອບໄມ້ແປຮູບຂະໜາດໃຫຍ່ໃນຮູບແບບຂອງໄມ້ແບບລາມິເນດທາງຂວາງ (Cross-laminated Timber ຫຼື CLT), ເຊິ່ງເປັນໄມ້ວິສະວະກຳຊະນິດໜຶ່ງທີ່ເຮັດຈາກການຍຶດຊັ້ນໄມ້ແປຮູບຫຼາຍຊັ້ນເຂົ້າກັນເພື່ອໃຫ້ໄດ້ຄວາມແຂງແຮງທາງໂຄງສ້າງທີ່ດີຍິ່ງຂຶ້ນ. ພວກເຮົາເລີ່ມຕົ້ນດ້ວຍການໃຊ້ໄມ້ CLT ເປັນໄມ້ແບບ (ແມ່ພິມສຳລັບເທຊີມັງ) ສຳລັບພື້ນຊີມັງຊັ້ນ 2, ເຊິ່ງຊ່ວຍເພີ່ມຄວາມແຂງແຮງໃຫ້ຊີມັງຄອມໂພຊິດ. ພວກເຮົາປະສົມກັນໃນລັກສະນະທີ່ວ່າ ແທນການຖອດອອກຕາມຂໍ້ຄວນປະຕິບັດທົ່ວໄປຫຼັງຈາກຊີມັງແຂງໂຕ, ແຕ່ພວກເຮົາປະໄມ້ CLT ໄວ້ແບບນັ້ນເພື່ອໃຊ້ເປັນທັງເພດານໄມ້ເປືອຍສຳລັບພື້ນທີ່ຊັ້ນລຸ່ມ ແລະ ຮາວກັ້ນອ້ອມຮອບລານພາຍໃນອາຄານ. ນອກຈາກນີ້, ພວກເຮົາຍັງໃຊ້ໄມ້ເປັນວັດສະດຸສຳລັບປະຕູ ແລະ ວົງກົບທົ່ວທັງອາຄານ, ໂດຍສະເພາະສຳລັບຫ້ອງປະຊຸມຍ່ອຍ ແລະ ຫ້ອງປະຊຸມໃຫຍ່. ສຳລັບສິ່ງເຫຼົ່ານີ້, ທີມກໍ່ສ້າງສາມາດເຮັດວຽກຮ່ວມກັບຜູ້ຂາຍເພື່ອຮັບໃບຮັບຮອງ ປ້າຍກຳກັບ Declare ສຳລັບຊຸດປະຕູປະກອບທັງໝົດ, ເຊິ່ງຊ່ວຍໃຫ້ພວກເຮົາໃຫ້ຄວາມສຳຄັນກັບວັດສະດຸກໍ່ສ້າງທີ່ສະແດງໃຫ້ເຫັນເຖິງສານເຄມີທີ່ປອດໄພຍິ່ງຂຶ້ນເພື່ອສ້າງສະພາບແວດລ້ອມພາຍໃນທີ່ດີຕໍ່ສຸຂະພາບ.