ຕັ້ງແຕ່ກໍ່ຕັ້ງ Google ເປັນຕົ້ນມາ, ພວກເຮົາເຊື່ອຢ່າງສຸດໃຈວ່າຄວາມສຳເລັດຂອງບໍລິສັດຂອງພວກເຮົາແມ່ນຢູ່ໃນມືຂອງພະນັກງານຂອງພວກເຮົາ. ນີ້ຈຶ່ງເປັນເຫດຜົນທີ່ພວກເຮົາມຸ່ງເນັ້ນການອອກແບບພື້ນທີ່ເພື່ອຄວາມສຸກ ແລະ ຄວາມເປັນຢູ່ທີ່ດີຮ່ວມກັນຂອງ Googler. ຢູ່ Gradient Canopy, ແນວຄິດທີ່ເນັ້ນຜູ້ໃຊ້ເປັນຫຼັກນີ້ໄດ້ຂະຫຍາຍໄປເປັນໜຶ່ງໃນແນວຄິດການອອກແບບຫຼັກໆທີ່ພວກເຮົາໃຊ້ໃນການຈັດລະບຽບພື້ນທີ່ພາຍໃນ ເຊິ່ງກໍຄື: ການແບ່ງປັນອາຄານອອກເປັນພຽງ 2 ຊັ້ນເທົ່ານັ້ນ. ຢູ່ບ່ອນນີ້, ໂຕະເຮັດວຽກ ແລະ ພື້ນທີ່ຂອງທີມຈະຢູ່ຊັ້ນເທິງ, ພ້ອມ “ລານ” ພາຍໃນຫຼາຍຈຸດທີ່ເຊື່ອມຕໍ່ກັບພື້ນທີ່ສິ່ງອຳນວຍຄວາມສະດວກຢູ່ຊັ້ນລຸ່ມ ເຊິ່ງມີທັງຫ້ອງປະຊຸມ, ລານ ແລະ ພື້ນທີ່ສຳລັບທຸກທີມ.
ພື້ນທີ່ເຮັດວຽກຊັ້ນ 2 ໄດ້ຖືກອອກແບບໂດຍຄຳນຶງເຖິງຄວາມຍືນຍົງ, ຄວາມສາມາດໃນການປັບປ່ຽນ ແລະ ການເຮັດວຽກແບບມີສະມາທິ. ໂດຍຊັ້ນເທິງທັງໝົດປະກອບດ້ວຍຫ້ອງ, ຝາ ແລະ ເຟີນິເຈີສຳເລັດຮູບທີ່ມີລໍ້. ເຊິ່ງຊ່ວຍໃຫ້ມີຄວາມຍືດຍຸ່ນ, ສາມາດປັບປ່ຽນພື້ນທີ່ໄດ້ງ່າຍໂດຍບໍ່ມີຂີ້ເຫຍື້ອ ເນື່ອງຈາກວັດສະດຸເກົ່າສາມາດນຳມາໃຊ້ຄືນໃໝ່ໃນການຈັດວາງຮູບແບບໃໝ່ໄດ້. ຊັ້ນນີ້ຍັງມີພື້ນທີ່ກວ້າງຂວາງສຳລັບການເຮັດວຽກທີ່ຕ້ອງການສະມາທິ, ໃນລະຫວ່າງທີ່ຊັ້ນລຸ່ມມີພື້ນທີ່ສຳລັບການເຮັດວຽກຮ່ວມກັນເພື່ອພັກຜ່ອນທັງທາງຈິດໃຈ ແລະ ຮ່າງກາຍຕະຫຼອດມື້.
ລານພາຍໃນທີ່ຢູ່ຊັ້ນໜຶ່ງຂອງ Gradient Canopy ສະໜັບສະໜູນທີມຂອງພວກເຮົາໂດຍຊ່ວຍໃຫ້ຜູ້ຄົນມາຮວມຕົວກັນ ແລະ ເຮັດໃຫ້ໝັ້ນໃຈວ່າຜູ້ຄົນສາມາດເຂົ້າເຖິງສະພາບແວດລ້ອມທີ່ດີຕໍ່ສຸຂະພາບ ແລະ ມີຜະລິດຕະພາບໃນການເຮັດວຽກໄດ້. ໃນຫ້ອງການທົ່ວໄປ, ທ່ານອາດເຫັນພື້ນທີ່ການນຳໃຊ້ຕ່າງໆ ແລະ ພື້ນທີ່ອຳນວຍຄວາມສະດວກຕ່າງໆປະສົມກັນກັບພື້ນທີ່ໂຕະເຮັດວຽກ. ລານທັງໝົດ 20 ບ່ອນທີ່ມີຂັ້ນໄດເປີດເຊື່ອມຕໍ່ທັງ 2 ຊັ້ນ, ເຮັດໃຫ້ເຂົ້າເຖິງສິ່ງອຳນວຍຄວາມສະດວກໄດ້ຢ່າງງ່າຍດາຍ ພ້ອມທັງເຮັດໜ້າທີ່ເປັນພື້ນທີ່ອະເນກປະສົງເຊິ່ງທີມໃຊ້ເປັນພື້ນທີ່ເຮັດສິ່ງຕ່າງໆໄດ້ຢ່າງຍືດຍຸ່ນ.
ນອກຈາກຊ່ວຍແຍກພື້ນທີ່ທີ່ຕ້ອງການສະມາທິອອກຈາກເຂດການເຄື່ອນໄຫວສູງເພື່ອໃຫ້ທຸກຄົນສາມາດເຮັດວຽກໄດ້ດີທີ່ສຸດແລ້ວ, ລານເຫຼົ່ານີ້ຍັງໃຫ້ສິດທິປະໂຫຍດດ້ານການເຊື່ອມໂຍງຜູ້ຄົນເຂົ້າກັບທຳມະຊາດ ແລະ ຊ່ວຍໃຫ້ Googler ເຕີມພະລັງລະຫວ່າງມື້ໄດ້ນຳ. ພວກເຮົາຮູ້ວ່າການອອກແບບທີ່ດີທີ່ສຸດສະທ້ອນຄວາມສຳພັນອັນເລິກເຊິ່ງລະຫວ່າງທຳມະຊາດ ແລະ ສຸຂະພາບຂອງມະນຸດ, ດັ່ງນັ້ນພວກເຮົາຈຶ່ງປະສົມ ຫຼັກການອອກແບບທີ່ເຊື່ອມໂຍງຜູ້ຄົນເຂົ້າກັບທຳມະຊາດ ເຂົ້າກັບ Gradient Canopy ເພື່ອສ້າງສະຖານທີ່ທີ່ຜູ້ຄົນຈະເຕີບໃຫຍ່. ການອອກແບບທີ່ເຊື່ອມໂຍງຜູ້ຄົນເຂົ້າກັບທຳມະຊາດນຳສະເໜີພື້ນທີ່ຫຼາກຫຼາຍເພື່ອສົ່ງເສີມການກະຕຸ້ນປະສາດສຳຜັດຫຼາຍດ້ານ, ເຊິ່ງເປັນແບບດຽວກັນກັບທີ່ຄົນເຮົາສຳຜັດໃນທຳມະຊາດ. ລານເຫຼົ່ານີ້ຊ່ວຍສົ່ງເສີມສິດທິປະໂຫຍດທາງສະລີລະວິທະຍາຂອງການເຄື່ອນໄຫວຮ່າງກາຍເມື່ອສັນຈອນລະຫວ່າງຊັ້ນ, ມອບເສັ້ນທາງໃໝ່ໆໃຫ້ຜູ້ຄົນໃຊ້ຍ່າງທົ່ວອາຄານເຊິ່ງສາມາດກະຕຸ້ນສະໝອງ ແລະ ຈຸດປະກາຍຄວາມຄິດສ້າງສັນຕະຫຼອດມື້ໄດ້. ນອກຈາກນີ້, ຍັງຊ່ວຍນຳແສງທຳມະຊາດຈາກປ່ອງຢ້ຽມເທິງຫົວລົງມາສູ່ຊັ້ນລຸ່ມ, ເຊິ່ງຊ່ວຍສະໜັບສະໜູນການເຮັດວຽກຂອງລະບົບຮອບວັນທີ່ດີຕໍ່ສຸຂະພາບ.