ຕັ້ງແຕ່ບ່ອນຈອດລົດໄປຈົນຮອດຜູ້ຄົນ

Alta Garage ຖືກສ້າງຂຶ້ນເພື່ອອະນາຄົດທີ່ມີລົດຍົນໜ້ອຍລົງ

5 ນາທີ

Alta Garage ຂອງ Google ໃນ Mountain View

Alta Garage ຂອງ Google ໃນ Mountain View

ໂດຍທົ່ວໄປແລ້ວ, ໂຮງຈອດລົດບໍ່ຖືເປັນນະວັດຕະກຳທາງສະຖາປັດຕະຍະກຳ ເນື່ອງຈາກເປັນບ່ອນທີ່ເຮັດໜ້າທີ່ຕາມຈຸດປະສົງໃນສັງຄົມທີ່ຜູ້ຄົນສ່ວນຫຼາຍຍັງຄົງຕ້ອງອາໄສລົດຍົນໃນການເດີນທາງໄປສູ່ປາຍທາງ. ແຕ່ເມື່ອພວກເຮົາເບິ່ງເຂົ້າໄປໃນອະນາຄົດທີ່ອາດມີລົດໜ້ອຍລົງ ແລະ ມີຮູບແບບການຂົນສົ່ງທີ່ຍືນຍົງຫຼາຍຂຶ້ນ, ເຊິ່ງຈະຊ່ວຍຫຼຸດການປ່ອຍມົນລະພິດຄາບອນ ແລະ ການຈະລາຈອນຕິດຂັດ, ຄວາມຕ້ອງການໃນພື້ນທີ່ຈອດລົດກໍຈະຫຼຸດລົງ. ໃນທີ່ສຸດ, ໂຮງຈອດລົດທີ່ໃຊ້ປະໂຫຍດພຽງຈຸດປະສົງດຽວອາດບໍ່ຕອບໂຈດ ແລະ ຖືກຮື້ອອກໄປ, ເຊິ່ງສົ່ງຜົນໃຫ້ເກີດຂີ້ເຫຍື້ອ, ຄາບອນ ແລະ ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ. ດັ່ງນັ້ນອາຄານຈອດລົດ Alta Garage ບ່ອນໃໝ່ຂອງ Google ໃນ Mountain View ຈຶ່ງໄດ້ຖືກອອກແບບມາໂດຍຕັ້ງໃຈວ່າມື້ໜຶ່ງຈະໃຊ້ປະໂຫຍດຢ່າງອື່ນໄດ້ນອກເໜືອຈາກການເປັນໂຮງຈອດລົດ ແລະ ພ້ອມທີ່ຈະຖືກດັດແປງເປັນພື້ນທີ່ທາງການຄ້າ, ທີ່ຢູ່ອາໄສ ຫຼື ຊຸມຊົນເມື່ອຮອດເວລາທີ່ເໝາະສົມ.

ແນວຄິດນີ້ເອີ້ນວ່າບ່ອນຈອດລົດທີ່ພ້ອມຮັບມືກັບອະນາຄົດ: ເຊິ່ງເມື່ອຄວາມຕ້ອງການຂອງສັງຄົມປ່ຽນໄປໃນອະນາຄົດ Alta Garage ກໍສາມາດປ່ຽນແປງໄດ້ເຊັ່ນກັນ. ຕ້ອງການຫ້ອງການ, ທີ່ຢູ່ອາໄສ, ສິ່ງອຳນວຍຄວາມສະດວກ ຫຼື ພື້ນທີ່ຈັດກິດຈະກຳເພີ່ມເຕີມບໍ? Alta Garage ສາມາດປ່ຽນເປັນສິ່ງເຫຼົ່ານັ້ນໄດ້ເມື່ອຄວາມຕ້ອງການໃນບ່ອນຈອດລົດຫຼຸດໜ້ອຍລົງ. ແລະ ຍັງສາມາດເຮັດໄດ້ໃນແບບທີ່ຫຼຸດຄ່າໃຊ້ຈ່າຍ, ປະຢັດເວລາ, ຫຼຸດຂີ້ເຫຍື້ອ ແລະ ເພີ່ມຄວາມຍືນຍົງນຳ.

Alta Garage 1001

Alta Garage ແມ່ນບ່ອນຈອດລົດທີ່ຮອງຮັບກັບການໃຊ້ໃນອະນາຄົດ ເຊິ່ງມາພ້ອມກັບຄວາມສາມາດໃນການປັບຕົວຕາມຄວາມຕ້ອງການໃນອະນາຄົດ.

ພວກເຮົາມຸ່ງໝັ້ນທີ່ຈະລົງທຶນໃນໂຊລູຊັນການຂົນສົ່ງທີ່ຍືນຍົງມາຢ່າງດົນນານ, ເຊິ່ງຮວມທັງໂປຣແກຣມການໂດຍສານຮ່ວມກັນ, ຍານພາຫະນະ ແບບໄຮ້ຄົນຂັບ ແລະ ເທັກໂນໂລຢີ ທີ່ຊ່ວຍໃຫ້ຜູ້ຄົນເລືອກຕົວເລືອກທີ່ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ. Alta Garage ຕໍ່ຍອດເປົ້າໝາຍເຫຼົ່ານີ້ດ້ວຍການອອກແບບທີ່ພ້ອມຮັບມືກັບອະນາຄົດ, ເຊິ່ງຍັງສະໜັບສະໜູນວິໄສທັດຂອງເມືອງ Mountain View ທີ່ຈະໃຫ້ພື້ນທີ່ນີ້ເປັນບໍລິເວນທີ່ໃຊ້ລົດໜ້ອຍເພື່ອສົ່ງເສີມຕົວເລືອກການເດີນທາງທີ່ຍືນຍົງ.

ແຕ່ທ່ານຈະອອກແບບໂຮງຈອດລົດໄດ້ແນວໃດເພື່ອໃຫ້ໃຊ້ໄດ້ໃນປັດຈຸບັນ ແລະ ຍັງສາມາດປັບປ່ຽນສຳລັບການນຳໃຊ້ທີ່ຫຼາກຫຼາຍໃນອະນາຄົດໄດ້ນຳ? ໃນປີ 2018, ທີມຫ້ອງທົດລອງຄົ້ນຄວ້າ ແລະ ພັດທະນາດ້ານອະສັງຫາລິມະຊັບຂອງ Google ເລີ່ມລະດົມແນວຄິດກ່ຽວກັບຄຳຖາມນີ້. ໂດຍໄດ້ຮັບແຮງກະຕຸ້ນຈາກຄວາມປາດຖະໜາຈາກຜູ້ກໍ່ຕັ້ງ Google ທີ່ຈະປ່ຽນຈາກໂຄງການທີ່ຄຳນຶງເຖິງລົດຍົນແບບຄົນຂັບຄົນດຽວ ແລະ ຫັນມາເນັ້ນຮູບແບບການຂົນສົ່ງທີ່ປ່ອຍມົນລະພິດຕ່ຳກວ່າ ເຊັ່ນ: ລົດເມ, ລົດຖີບ ແລະ ຍານພາຫະນະແບບໄຮ້ຄົນຂັບ (AV) ແທນ.

“ພວກເຮົາຕ້ອງການສ້າງສິ່ງທີ່ຮອງຮັບທຸກຄວາມເປັນໄປໄດ້ໃນອະນາຄົດ”, ກ່າວໂດຍ Michelle Kaufmann, ເຊິ່ງເປັນຜູ້ອຳນວຍການຫ້ອງທົດລອງການຄົ້ນຄວ້າ ແລະ ພັດທະນາດ້ານສິ່ງແວດລ້ອມທີ່ມະນຸດສ້າງຂຶ້ນຂອງ Google. “ພວກເຮົາໄດ້ຄົ້ນຄວ້າເທັກນິກການກໍ່ສ້າງ, ວັດສະດຸ, ຂະໜາດ ແລະ ກົນລະຍຸດຕ່າງໆໃນຫ້ອງທົດລອງເພື່ອລະບຸຂໍ້ກຳນົດເບື້ອງຕົ້ນໃນການສ້າງໂຄງສ້າງທີ່ປັບປ່ຽນໄດ້ໂດຍທີ່ຫຼຸດຄ່າໃຊ້ຈ່າຍໃຫ້ໜ້ອຍທີ່ສຸດ.”

ການປ່ຽນແປງຂອງບ່ອນຈອດລົດໃນອະນາຄົດ

ຫ້ອງທົດລອງ R&D ໄດ້ພະຍາຍາມລະບຸຄຸນສົມບັດທີ່ຈະຊ່ວຍໃຫ້ Alta Garage ສາມາດປັບປ່ຽນເປັນບ່ອນຢູ່ອາໄສ ຫຼື ພື້ນທີ່ທາງການຄ້າໃນອະນາຄົດໄດ້.

ປະເດັນສຳຄັນແມ່ນການສ້າງໂຄງສ້າງຮາກຖານສ່ວນແກນຫຼັກ ແລະ ເປືອກນອກທີ່ມີຄວາມຍືດຍຸ່ນ ແລະ ປັບປ່ຽນໄດ້, ເພື່ອໃຫ້ໂຮງຈອດລົດນີ້ມີຊີວິດໃໝ່ໄດ້ໃນອະນາຄົດເມື່ອຮອດຍາມຈຳເປັນ. ໃນການຈັດວາງປັດຈຸບັນ, ໂຮງຈອດລົດສາມາດຮອງຮັບລົດຍົນໄດ້ຫຼາຍກວ່າ 1,700 ຄັນ, ພ້ອມທັງສະຖານີສາກໄຟຂອງລົດໄຟຟ້າຫຼາຍກວ່າ 450 ຈຸດ ແລະ ໃຫ້ບໍລິການບ່ອນຈອດລົດສຳລັບທັງພະນັກງານ Google ແລະ ຜູ້ຢ້ຽມຢາມ Google Visitor Experience. ແຕ່ດ້ວຍການປ່ຽນທາງລາດຈອດລົດໃຫ້ເປັນລະບຽງ ແລະ ຂັ້ນໄດພາຍໃນ, ແຕ່ລະຊັ້ນອາດກາຍເປັນພື້ນທີ່ສຳລັບສິ່ງອຳນວຍຄວາມສະດວກ, ຫ້ອງການ ຫຼື ທີ່ຢູ່ອາໄສໄດ້ໃນອະນາຄົດ. ເພື່ອໃຫ້ໝັ້ນໃຈວ່າການດັດແປງຈະເຮັດໄດ້ງ່າຍ, ພວກເຮົາໄດ້ເຮັດການສຶກສາແສງແດດໃນສະພາບອະນາຄົດເພື່ອໃຫ້ໝັ້ນໃຈວ່າຄວາມສູງຂອງຊັ້ນ ແລະ ການຮື້ທາງລາດຈະເຮັດໃຫ້ໄດ້ຮັບແສງທຳມະຊາດຫຼາຍທີ່ສຸດ. ໃນການເຮັດໃຫ້ການປັບປ່ຽນນີ້ເກີດຂຶ້ນໄດ້ໂດຍງ່າຍ, ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບ Clark Pacific, Gensler, Hollins, International Parking Design, Ellis Partners, SPMD Design ແລະ ຮຸ້ນສ່ວນອື່ນໆເພື່ອຮວມອົງປະກອບການອອກແບບຈຳນວນຫຼາຍທີ່ເຮັດໃຫ້ບ່ອນນີ້ແຕກຕ່າງຈາກໂຮງຈອດລົດທົ່ວໄປ.

“ຂ້ອຍຈະຍົກຕົວຢ່າງໜຶ່ງໃຫ້ຟັງ, ໂຮງຈອດລົດນີ້ມີພື້ນທີ່ຊັ້ນຂະໜາດໃຫຍ່ຫຼາຍ ແລະ ເພດານສູງຫຼາຍ, ເຊິ່ງສອດຄ່ອງກັບຂະໜາດຂອງພື້ນທີ່ຫ້ອງການ ຫຼື ຮ້ານຄ້າຫຼາຍກວ່າ”, ກ່າວໂດຍ Jeffrey Curry, ຜູ້ອຳນວຍການຝ່າຍກໍ່ສ້າງຂອງ Google. “ທາງລາດທີ່ລົດໃຊ້ເດີນທາງລະຫວ່າງຊັ້ນສາມາດຖອດອອກ ແລະ ຮື້ອອກເພື່ອເປີດທາງໃຫ້ກັບຊ່ອງແສງ, ລານກາງແຈ້ງ ຫຼື ລະບຽງທີ່ຈະໃຫ້ແສງທຳມະຊາດສ່ອງເຂົ້າສູ່ພື້ນທີ່ພາຍໃນໃນອະນາຄົດໄດ້.

Alta Garage

Alta Garage ໄດ້ຮັບການອອກແບບໃຫ້ມີເພດານສູງ ແລະ ເປີດກວ້າງເພື່ອໃຫ້ສາມາດປັບປ່ຽນເປັນການໃຊ້ຢ່າງອື່ນໄດ້ໃນອະນາຄົດ.

ນອກຈາກນີ້, ການໃຊ້ພື້ນຮາບພຽງທີ່ມີລະບົບລະບາຍນ້ຳຊ່ວຍກຳຈັດຄວາມລາດອຽງຂອງພື້ນ, ເຊິ່ງຈະຊ່ວຍໃຫ້ເຮັດການດັດແປງໄດ້ງ່າຍຂຶ້ນຫຼັງຈາກເຊົາໃຊ້ເປັນບ່ອນຈອດລົດແລ້ວ. ຊີມັງສຳເລັດຮູບໄດ້ຮັບການເສີມຄວາມແຂງແຮງໃຫ້ຮັບນ້ຳໜັກໂຄງສ້າງໄດ້ຫຼາຍຂຶ້ນ, ເຊິ່ງສອດຄ່ອງກັບມາດຕະຖານຂອງອາຄານທາງການຄ້າ ຫຼື ທີ່ຢູ່ອາໄສ. ເຊິ່ງຍັງຊ່ວຍໃຫ້ສາມາດຕິດຕັ້ງລະບົບຝາ Curtain Wall ໄດ້, ເພື່ອໃຫ້ອາຄານທີ່ຖືກດັດແປງສາມາດແບ່ງຍ່ອຍອອກເປັນພາກສ່ວນຕ່າງໆໄດ້. ແລະ ຊ່ອງຫວ່າງທີ່ກຽມໄວ້ຈະຊ່ວຍໃຫ້ການວາງລະບົບທໍ່ປະປາ ແລະ ສາຍໄຟໃນອະນາຄົດເຮັດໄດ້ງ່າຍຂຶ້ນ.

ການປັບປ່ຽນ Alta Garage

ຜ່ານການສະແດງພາບ, ພວກເຮົາໄດ້ຄາດການວິທີທີ່ພວກເຮົາອາດປັບປ່ຽນ Alta Garage ໃຫ້ເປັນກໍລະນີທີ່ເໝາະສົມສຳລັບການເປັນບ່ອນຢູ່ອາໄສ ຫຼື ໃຊ້ໃນທາງການຄ້າໃນອະນາຄົດ.

ແນວຄິດແມ່ນເພື່ອສ້າງຄວາມຍືດຍຸ່ນພຽງພໍທີ່ຈະເຮັດໃຫ້ Alta Garage ສາມາດເປັນບ່ອນຈອດລົດເຄິ່ງໜຶ່ງ, ຫ້ອງການເຄິ່ງໜຶ່ງໃນອະນາຄົດ ຫຼື ດັດແປງທັງໝົດເພື່ອໃຊ້ໃນຮູບແບບທີ່ແຕກຕ່າງອອກໄປໄດ້. ສຳລັບສະຖາປະນິກ, ການກຽມຄວາມພ້ອມຮັບມືກັບອະນາຄົດໝາຍເຖິງການເຮັດວິສະວະກຳຍ້ອນກັບຄັ້ງຍິ່ງໃຫຍ່ສຳລັບໂຮງຈອດລົດບ່ອນນີ້ໃນລະຫວ່າງການອອກແບບ. ຂັ້ນໄດ ແລະ ຊ່ອງລິບຄວນຢູ່ບ່ອນໃດຂອງພື້ນທີ່ຫ້ອງການໃນອະນາຄົດ? ທ່ານຈະສ້າງພື້ນທີ່ໄວ້ໃຫ້ລະບົບປະປາ ພ້ອມທັງລະບົບທຳຄວາມຮ້ອນ ແລະ ທຳຄວາມເຢັນທີ່ຈຳເປັນສຳລັບອາຄານອະພາດເມັນບ່ອນໃດດີ? “ພວກເຮົາຕ້ອງວາງແຜນທີ່ອາຄານສຳລັບທີ່ຢູ່ອາໄສ ແລະ ຫ້ອງການ ແລ້ວຍ້ອນກັບມາຫາຈຸດຮ່ວມທີ່ສາມາດຊ້ອນທັບກັບການອອກແບບບ່ອນຈອດລົດຕັ້ງແຕ່ມື້ທຳອິດໄດ້”, ກ່າວໂດຍ Kaufmann.

ເລື່ອນເພື່ອເບິ່ງຮູບ 2 ຮູບ: (1) ອົງປະກອບທີ່ຮອງຮັບກັບການໃຊ້ໃນອະນາຄົດຖືກສ້າງໃສ່ໃນ Alta Garage ຕັ້ງແຕ່ເລີ່ມຕົ້ນ ແລະ (2) ຄຸນສົມບັດເພີ່ມເຕີມທີ່ສາມາດຮວມເຂົ້າກັບອາຄານໄດ້ຢ່າງງ່າຍດາຍໂດຍອີງຕາມກໍລະນີການນຳໃຊ້ໃນທາງການຄ້າ ຫຼື ເປັນບ່ອນຢູ່ອາໄສໃນອະນາຄົດ.

ແຕ່ບໍ່ແມ່ນພຽງແຕ່ລາຍລະອຽດພາຍໃນເທົ່ານັ້ນທີ່ເຮັດໃຫ້ Alta Garage ມີຄວາມພິເສດ; ເນື່ອງຈາກຫາກເບິ່ງຈາກພາຍນອກແລ້ວ Alta Garage ກໍເບິ່ງບໍ່ຄືໂຮງຈອດລົດທົ່ວໄປນຳ. ອອກແບບໂດຍ Kim West ສິນລະປິນຊາວແຄລິຟໍເນຍໂດຍມີ SPMDesign ເບິ່ງແຍງຈັດການພ້ອມທັງຄົ້ນຄວ້າ ແລະ ພັດທະນາ, ທາງໜ້າອາຄານທີ່ເປັນສິນລະປະເຄື່ອນໄຫວທີ່ຊື່ວ່າ Ode to Bohemia No. 5 (Inexhaustible Blooms ຫຼື ການເບັ່ງບານແບບບໍ່ສິ້ນສຸດ) ເຊິ່ງໄດ້ແຮງບັນດານໃຈຈາກທິວທັດຂອງພືດພື້ນເມືອງ ແລະ ປະກອບດ້ວຍແຜ່ນໂລຫະສີສັນສົດໃສຈຳນວນ 97,500 ແຜ່ນທີ່ສະທ້ອນແສງເປັນໂທນສີຕ່າງໆຕະຫຼອດໝົດມື້. ຜົນງານສິນລະປະນີ້ເພີ່ມສີສັນ, ຄວາມມີຊີວິດຊີວາ ແລະ ຄວາມຄິດສ້າງສັນເພື່ອພັດທະນາປະສົບການຂອງຜູ້ທີ່ພົບເຫັນ. ນອກຈາກນີ້, ຜົນງານສິນລະປະນີ້ຍັງອອກແບບມາເພື່ອໃຫ້ພ້ອມຮັບມືກັບອະນາຄົດເຊັ່ນດຽວກັນກັບອາຄານ, ໂດຍແຜ່ນທີ່ເຄື່ອນໄຫວໄດ້ສາມາດຖອດປະກອບ ແລະ ຍ້າຍໄປສະຖານທີ່ອື່ນໃນອະນາຄົດໄດ້ຕາມຕ້ອງການ.

ຜົນງານສິນລະປະ Ode to Bohemia No. 5 (Inexhaustible Blooms) ຂອງ Kim West ບໍ່ພຽງແຕ່ເພີ່ມຄວາມສວຍງາມ ແລະ ຄວາມມີຊີວິດຊີວາໃຫ້ກັບອາຄານເທົ່ານັ້ນ, ແຕ່ຍັງຮອງຮັບກັບການໃຊ້ໃນອະນາຄົດ ແລະ ສາມາດຍ້າຍໄປຕັ້ງໃນສະຖານທີ່ອື່ນໃນອະນາຄົດໄດ້ຫາກຈຳເປັນ.

ເຖິງແມ່ນວ່າມື້ໜຶ່ງ Alta Garage ອາດປ່ຽນຈາກການເປັນອາຄານຈອດລົດແບບເຕັມເວລາ, ແຕ່ຊັ້ນລຸ່ມກໍຍັງສາມາດໃຊ້ເປັນສະຖານີສາກ ແລະ ຈຸດຮັບສົ່ງສຳລັບຍານພາຫະນະແບບໄຮ້ຄົນຂັບໄດ້. ຫຼັງຄາຈະມີແຜງພະລັງງານໄຟຟ້າແສງແດດເພື່ອຊ່ວຍຜະລິດພະລັງງານໃຫ້ກັບອາຄານ ແລະ ບ່ອນຈອດລົດເທິງດາດຟ້າກໍສາມາດນຳໃຊ້ສຳລັບສິ່ງຕ່າງໆໄດ້ ເຊັ່ນ: ໂດຣນສົ່ງເຄື່ອງ, ລົດບິນໄດ້ ຫຼື ຍານພາຫະນະແບບໄຮ້ຄົນຂັບ.

ບໍ່ວ່າຈະເຮັດໜ້າທີ່ໃດໃນອະນາຄົດ Alta Garage ກໍໄດ້ຮັບການວາງແຜນຕັ້ງແຕ່ມື້ນີ້ໂດຍຄຳນຶງເຖິງມື້ອື່ນໄວ້ແລ້ວ.

ການສະແດງພາບມຸມສູງທີ່ສະແດງແຜງພະລັງງານໄຟຟ້າແສງແດດຂອງ Alta Garage.