ດ້ວຍ Gradient Canopy, ເປົ້າໝາຍໜຶ່ງແມ່ນການພັດທະນາພື້ນທີ່ໂຄງການໃນແບບທີ່ຮວມກັບພູມິທັດ ແລະ ໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນເມື່ອເວລາຜ່ານໄປ. ສຳລັບພວກເຮົາ, “ຄວາມຍືດຍຸ່ນ” ໝາຍເຖິງສະຖານທີ່ທີ່ມີສ່ວນຮ່ວມຕໍ່ສຸຂະພາບທາງນິເວດວິທະຍາໄລຍະຍາວຂອງພາກພື້ນ, ເຊິ່ງທັງຜູ້ຄົນ ແລະ ສັດປ່າສາມາດເຕີບໃຫຍ່ໄດ້ເຖິງແມ່ນວ່າພູມອາກາດຈະປ່ຽນແປງໄປກໍຕາມ. ຢູ່ Gradient Canopy, ພວກເຮົາໄດ້ເຮັດວຽກເພື່ອຟື້ນຟູອົງປະກອບຂອງລະບົບນິເວດໃນອະດີດທີ່ໃຫ້ການສະໜັບສະໜູນທີ່ສຳຄັນສຳລັບສັດປ່າ. ແຕ່ພວກເຮົາເຂົ້າໃຈວ່າມີອັນຕະລາຍສຳລັບສັດປ່າໃນສະພາບແວດລ້ອມເມືອງ, ໂດຍສະເພາະສຳລັບນົກທ້ອງຖິ່ນ ເຊັ່ນ: ນົກຮ້ອງເພງ, ນົກກະຈອກ, ນົກຮຳມິງເບີດ ແລະ ນົກກະຈິບ, ເຊິ່ງເປັນເຫດຜົນທີ່ພວກເຮົາອອກແບບ Gradient Canopy ດ້ວຍກົນລະຍຸດຫຼາກຫຼາຍທີ່ເປັນມິດກັບນົກ.
ແກ້ວຢູ່ອາຄານສາມາດສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ປະຊາກອນນົກ, ຈຶ່ງເປັນສິ່ງສຳຄັນທີ່ຈະອອກແບບອາຄານ, ພູມິທັດ ແລະ ແສງໄຟຢູ່ Gradient Canopy ໃຫ້ສອດຄ່ອງກັບເຄຣດິດການອອກແບບຂອງນະວັດຕະກຳ LEED ວ່າດ້ວຍການປ້ອງກັນການບິນຕຳຂອງນົກເພື່ອຫຼຸດການເກີດເຫດນົກບິນຕຳອາຄານໃຫ້ໜ້ອຍທີ່ສຸດ.
ເພື່ອໃຫ້ເຂົ້າໃຈວິທີທີ່ດີທີ່ສຸດໃນການນຳອົງປະກອບການອອກແບບທີ່ປອດໄພສຳລັບນົກມາໃຊ້, ພວກເຮົາໄດ້ເຮັດວຽກຮ່ວມກັບ H.T. Harvey & Associates ເຊິ່ງເປັນທີ່ປຶກສາດ້ານນິເວດວິທະຍາເພື່ອປະຕິບັດຕາມ ມາດຕະຖານ ແລະ ຄຳແນະນຳ ຊັ້ນນຳສຳລັບອາຄານທີ່ປອດໄພສຳລັບນົກ. ສຸດທ້າຍແລ້ວ, ພວກເຮົາໄດ້ປະສົມການອອກແບບທີ່ເປັນມິດກັບນົກໃນ 2 ວິທີຫຼັກຢູ່ Gradient Canopy: ໂດຍວິທີທຳອິດແມ່ນການຫຼຸດການສະທ້ອນແສງ ແລະ ຄວາມໂປ່ງໃສໃນແກ້ວຂອງອາຄານ ແລະ ວິທີທີ 2 ແມ່ນການຫຼຸດມົນລະພິດທາງແສງໃນຕອນກາງຄືນຂອງອາຄານຜ່ານການແກ້ບັນຫາເລື່ອງແສງສະຫວ່າງທັງພາຍໃນ ແລະ ພາຍນອກອາຄານ
ແກ້ວເປັນສິ່ງທີ່ທັງນົກ ແລະ ມະນຸດເບິ່ງບໍ່ເຫັນ, ແຕ່ມະນຸດຮຽນຮູ້ທີ່ຈະເບິ່ງເຫັນແກ້ວເມື່ອເວລາຜ່ານໄປຜ່ານສັນຍານທາງພາບ ເຊັ່ນ: ກອບປ່ອງຢ້ຽມ ແລະ ການສະທ້ອນແສງ. ໃນທາງກົງກັນຂ້າມ, ນົກມີການຮັບຮູ້ຄວາມເລິກທີ່ໜ້ອຍ ແລະ ມັກຈະຮັບຮູ້ການສະທ້ອນຂອງພູມິທັດ ຫຼື ທ້ອງຟ້າວ່າເປັນຂອງແທ້. ຄວາມໃສຂອງແກ້ວຍັງສາມາດເຮັດໃຫ້ເກີດການບິນຕຳໄດ້ຫາກນົກເຫັນພືດພັນຜ່ານມຸມແກ້ວ ຫຼື ຕົ້ນໄມ້ພາຍໃນອາຄານ. ໂດຍພື້ນຖານແລ້ວ, ຍິ່ງແກ້ວຂອງອາຄານເຮັດໃຫ້ເບິ່ງເຫັນພືດພັນ ຫຼື ທ້ອງຟ້າໄດ້ຊັດເຈນຫຼາຍຂຶ້ນເທົ່າໃດ, ບໍ່ວ່າຈະຜ່ານຄວາມໂປ່ງໃສ ຫຼື ການສະທ້ອນແສງ, ໂອກາດເກີດເຫດນົກບິນຕຳກໍຈະຍິ່ງສູງຂຶ້ນເທົ່ານັ້ນ.
ຢູ່ Gradient Canopy, ວິທີແກ້ບັນຫາຂອງພວກເຮົາແມ່ນການຈັດຫາແກ້ວທີ່ມີດັດຊະນີການສະທ້ອນແສງຕ່ຳກວ່າ. ຄວາມກ້າວໜ້າຫຼ້າສຸດໃນເທັກໂນໂລຢີ ແລະ ການຜະລິດແກ້ວເຮັດໃຫ້ງ່າຍຂຶ້ນທີ່ຈະເຮັດໃຫ້ການສະທ້ອນແສງພາຍນອກຕ່ຳລົງໂດຍບໍ່ກະທົບຕໍ່ການຮັບຄວາມຮ້ອນຈາກຕາເວັນ, ເຊິ່ງຊ່ວຍໃຫ້ພວກເຮົາຈັດຫາແກ້ວທີ່ດີກວ່າສຳລັບປ່ອງຢ້ຽມຈຳນວນຫຼາຍ ແລະ ດ້ານໜ້າອາຄານ. ການໃສ່ເຄື່ອງໝາຍທີ່ເບິ່ງເຫັນໄດ້ໄວ້ໃກ້ໆກັນຢູ່ແກ້ວ ເຊັ່ນ: ສະຕິກເກີ ຫຼື “ລວດລາຍກັນນົກບິນຕຳ” ທີ່ເປັນເຊຣາມິກຝັງຕົວ, ສາມາດຫຼຸດອັດຕາການຕາຍຂອງນົກໄດ້ຢ່າງຫຼວງຫຼາຍ ເນື່ອງຈາກນົກຈະຮັບຮູ້ວ່າເຄື່ອງໝາຍເຫຼົ່ານີ້ເປັນສິ່ງກີດຂວາງ ແລະ ຈະບໍ່ພະຍາຍາມບິນຜ່ານ. ພວກເຮົາເລືອກລວດລາຍຂອງເຄື່ອງໝາຍທີ່ໜາແໜ້ນຕາມຄຳແນະນຳຫຼ້າສຸດຂອງອົງກອນ American Bird Conservancy, ໂດຍມີເປົ້າໝາຍເພື່ອໃຫ້ການປ້ອງກັນທີ່ຫຼາຍຂຶ້ນແມ່ນແຕ່ກັບນົກຮຳມິງເບີດທີ່ໂຕນ້ອຍທີ່ສຸດກໍຕາມ. ຢູ່ Gradient Canopy, ພວກເຮົາອອກແບບລວດລາຍກັນນົກບິນຕຳໃນພື້ນທີ່ທີ່ຫັນໜ້າອອກສູ່ສາທາລະນະເປັນເກມປິດສະໜາທວາຍຄຳ, ໂດຍມີຊື່ຂອງນົກທ້ອງຖິ່ນ 30 ຊະນິດໃນ 30 ພາສາພິມໄວ້ນຳກັນເທິງແກ້ວ. ໂດຍເປັນ “Easter Egg” ທີ່ເພີ່ມອົງປະກອບຂອງຄວາມມ່ວນ ແລະ ການຄົ້ນພົບໃຫ້ກັບອົງປະກອບການອອກແບບທີ່ປອດໄພສຳລັບນົກທີ່ມີປະໂຫຍດໃນການນຳໃຊ້ສູງ.