ວາງແຜນການເດີນທາງຂອງທ່ານ

ຂໍເຊີນມາຢ້ຽມຢາມພວກເຮົາຢູ່ Google Visitor Experience

ແວ່ມາ Google Visitor Experience ໄດ້ຕະຫຼອດເວລາທີ່ພວກເຮົາເປີດໃຫ້ບໍລິການ. ບໍ່ຈຳເປັນຕ້ອງລົງທະບຽນລ່ວງໜ້າ ເວັ້ນແຕ່ວ່າຈະເປັນກິດຈະກຳທີ່ກຳນົດເວລາໄວ້ ແລະ ຈຳກັດຜູ້ເຂົ້າຮ່ວມ.

ວັນຈັນ ຫາ ວັນເສົາ

Google Store
09:00 a.m. - 19:00 p.m.
Huddle, Cafe, ຮ້ານຄ້າປັອບອັບ
09:00 a.m. - 18:00 p.m.

ວັນອາທິດ

Google Store
10:00 a.m. - 18:00 p.m.
Huddle, Cafe, ຮ້ານຄ້າປັອບອັບ
10:00 a.m. - 17:00 p.m.
place

ວິທີເດີນທາງມາບ່ອນນີ້

Mountain View ໄດ້ເປັນເຮືອນຂອງ Google ມາດົນກວ່າ 2 ທົດສະວັດແລ້ວ, ດັ່ງນັ້ນຈຶ່ງບໍ່ແມ່ນເລື່ອງແປກເລີຍທີ່ Google Visitor Experience ບ່ອນທຳອິດຈະຕັ້ງຢູ່ບ່ອນນີ້.

ມີຫຼາຍວິທີໃນການເດີນທາງໄປ Google Visitor Experience, ບໍ່ວ່າທ່ານຈະຂັບລົດ, ໃຊ້ຂົນສົ່ງມວນຊົນ ຫຼື ຂີ່ລົດຖີບຂອງທ່ານມາ.

Transportation Tips

directions_car

ການຂັບລົດ ແລະ ບ່ອນຈອດລົດ

directions_bus

ຂົນສົ່ງມວນຊົນ

pedal_bike

ບ່ອນຈອດລົດຖີບ

local_taxi

ບໍລິການເອີ້ນລົດ

Free parking is available at:

  • Shoreline Amphitheatre Parking Lot C (directions) is located north of the Google Visitor Experience at 1 Amphitheatre Pkwy (~4 minute walk). Lot C is closed on concert days, so we recommend parking at Alta Garage on these days.
  • Alta Garage (directions) is located at 1001 Alta Ave (~8 minute walk). EV charging is available at Alta Garage.
  • ADA parking is available at both Lot C and Alta Garage. Additionally, an ADA-accessible drop off zone is located at the western building entrance in front of the Google Store.

Take a virtual look around

The below video was created using Google Street View technology, and offers a look inside the Google Store, Cafe, and Huddle. You can also visit Google Maps to explore Street View of the public spaces and art.

Video preview image

Take a virtual look around

ຄຳຖາມຂອງທ່ານມີຄຳຕອບ

ຊອກຫາຄຳຕອບໃຫ້ກັບຄຳຖາມທີ່ຖືກຖາມເລື້ອຍໆກ່ຽວກັບ Google Visitor Experience.

ຂ້ອຍຈຳເປັນຕ້ອງຈ່າຍຄ່າ Google Visitor Experience ຫຼືບໍ່?

ການຢ້ຽມຢາມ Google Visitor Experience ແມ່ນຟຣີ! ທ່ານສາມາດເຂົ້າມາສຳຫຼວດພື້ນທີ່ໄດ້ຕະຫຼອດໃນຊ່ວງເວລາເປີດ, ນອກຈາກນີ້ກິດຈະກຳຢູ່ Google Store, Huddle ແລະ ລານກວ້າງແມ່ນສາມາດເຂົ້າຮ່ວມໄດ້ຟຣີ. ຫາກທ່ານສົນໃຈ, ທ່ານສາມາດຊື້ອາຫານ ແລະ ເຄື່ອງດື່ມໄດ້ຢູ່ Cafe, ຜະລິດຕະພັນຕ່າງໆໄດ້ຢູ່ Google Store ແລະ ສິນຄ້າຕ່າງໆໄດ້ຢູ່ຮ້ານຄ້າປັອບອັບ.

ຂ້ອຍສາມາດເອົາອາຫານ ແລະ ເຄື່ອງດື່ມຂອງຕົນເອງເຂົ້າໄປໃນ Google Visitor Experience ໄດ້ຫຼືບໍ່?

ໄດ້, ທ່ານສາມາດນຳເອົາອາຫານ ແລະ ເຄື່ອງດື່ມທີ່ບໍ່ມີເຫຼົ້າຂອງທ່ານເອງເຂົ້າມາເພື່ອເພີດເພີນຢູ່ລານກວ້າງກາງແຈ້ງ ຫຼື ສວນສາທາລະນະຊາຣ໌ລສຕັນທີ່ຢູ່ໃກ້ຄຽງໄດ້. ກະລຸນາຮັບຊາບວ່າລານບ່ອນນັ່ງທັງໃນຮົ່ມ ແລະ ກາງແຈ້ງຢູ່ Google Visitor Experience ແມ່ນສະຫງວນໄວ້ສຳລັບຜູ້ທີ່ຊື້ອາຫານ ແລະ ເຄື່ອງດື່ມຢູ່ Cafe ເທົ່ານັ້ນ.

ຂ້ອຍຈຳເປັນຕ້ອງຕອບກັບເພື່ອໄປຢ້ຽມຢາມບໍ?

ບໍ່! ທ່ານສາມາດມາຢ້ຽມຢາມໄດ້ຕະຫຼອດໃນຊ່ວງເວລາເປີດ. ຫາກທ່ານເຂົ້າຮ່ວມກິດຈະກຳ, ພວກເຮົາຂໍແນະນຳໃຫ້ທ່ານຕອບກັບ ເນື່ອງຈາກບາງກິດຈະກຳມີພື້ນທີ່ຈຳກັດ.

ຂ້ອຍມີອາການແພ້ອາຫານ. ຂ້ອຍຈະສາມາດກິນອາຫານຢູ່ Cafe ໄດ້ຫຼືບໍ່?

ພວກເຮົາໃຫ້ຄວາມສຳຄັນກັບການແພ້ອາຫານຢ່າງຈິງຈັງ ແລະ ຕ້ອງການໃຫ້ທ່ານຮູ້ສຶກປອດໄພໃນລະຫວ່າງທີ່ຮັບປະທານອາຫານໄປກັບພວກເຮົາ. ພວກເຮົານຳໃຊ້ຄຳອະທິບາຍ ແລະ ການຕັ້ງຊື່ແບບຮ້ານອາຫານເພື່ອລະບຸຂໍ້ມູນກ່ຽວກັບສ່ວນປະສົມຫຼັກ ແລະ ພວກເຮົາຍິນດີທີ່ຈະຕອບຄຳຖາມກ່ຽວກັບສ່ວນປະສົມເພີ່ມເຕີມ ພ້ອມທັງໃຫ້ປ້າຍກຳກັບຜະລິດຕະພັນກັບທ່ານເພື່ອໃຫ້ທ່ານກວດສອບຕາມຄຳຮ້ອງຂໍ. ພວກເຮົາປຸງແຕ່ງອາຫານຕັ້ງແຕ່ຕົ້ນໃນຫ້ອງຄົວຂອງພວກເຮົາ ແລະ ຈັດການກັບອາຫານທີ່ເປັນແຫຼ່ງຂອງສານກໍ່ພູມແພ້ຫຼັກທັງໝົດ. ເມນູຂອງພວກເຮົາປ່ຽນເລື້ອຍໆ ແລະ ຜູ້ຜະລິດອາດປ່ຽນສູດຜະລິດຕະພັນໂດຍບໍ່ໄດ້ແຈ້ງໃຫ້ພວກເຮົາຮູ້. ດ້ວຍເຫດຜົນເຫຼົ່ານີ້, ພໍ່ຄົວ ແລະ ຜູ້ຈັດການຂອງພວກເຮົາຈຶ່ງເປັນແຫຼ່ງຂໍ້ມູນແບບສົດໆທີ່ດີທີ່ສຸດກ່ຽວກັບສ່ວນປະສົມທີ່ໃຊ້ໃນການຜະລິດມື້ນັ້ນໆ. ກະລຸນາແຈ້ງໃຫ້ສະມາຊິກໃນທີມຮູ້ຫາກທ່ານມີຄຳຖາມໃດໆ ແລະ ເຂົາເຈົ້າຈະຍິນດີແຈ້ງຜູ້ຈັດການທີ່ສາມາດໃຫ້ຄວາມຊ່ວຍເຫຼືອທ່ານໄດ້.

ສາມາດເຂົ້າເຖິງ Google Visitor Experience ໄດ້ຫຼືບໍ່?

ໄດ້! ມີທາງລາດຂຶ້ນໄປຫາ Google Visitor Experience ຈາກທາງເຂົ້າດ້ານທິດຕາເວັນຕົກ ແລະ ປະຕູທາງເຂົ້າກໍສາມາດເຂົ້າເຖິງໄດ້ສຳລັບຜູ້ພິການ.

ອະນຸຍາດໃຫ້ພາສັດລ້ຽງເຂົ້າໄປໄດ້ຫຼືບໍ່?

ສັດຊ່ວຍເຫຼືອຜູ້ພິການແມ່ນອະນຸຍາດໃຫ້ເຂົ້າໄປໃນ Cafe ແລະ Huddle ໄດ້. Google Store ແລະ ລານກວ້າງກາງແຈ້ງແມ່ນອະນຸຍາດໃຫ້ພາໝາເຂົ້າໄດ້.

ນີ້ແມ່ນສູນບໍລິການສຳລັບຜູ້ຢ້ຽມຢາມກ່ຽວກັບປະຫວັດສາດ ແລະ ແບຣນຂອງ Google ແທ້ໆຫຼືບໍ່?

Google Visitor Experience ເນັ້ນໃສ່ການຮວມຊຸມຊົນ, ຜູ້ຢ້ຽມຢາມ ແລະ Googler ເຂົ້າກັນຜ່ານພື້ນທີ່ ແລະ ໂຄງການຕ່າງໆທີ່ໄດ້ຮັບການອອກແບບມາເພື່ອສົ່ງເສີມສາຍສຳພັນ. ເຖິງແມ່ນວ່າຈະບໍ່ແມ່ນສູນບໍລິການສຳລັບຜູ້ຢ້ຽມຢາມໂດຍທົ່ວໄປ, ຜູ້ຢ້ຽມຢາມຈະສາມາດເພີດເພີນໄປກັບ Google Store ແລະ ພື້ນທີ່ອື່ນໆທີ່ໄຮໄລ້ແບຣນຂອງ Google ຜ່ານຜະລິດຕະພັນ, ສິນຄ້າ ແລະ ກິດຈະກຳຕ່າງໆໄດ້.

ມີການທົວເບິ່ງ Google Visitor Experience ຫຼືບໍ່?

ເຖິງແມ່ນວ່າພວກເຮົາຈະບໍ່ໄດ້ນຳສະເໜີການທົວເບິ່ງ Google Visitor Experience, ທ່ານກໍຍັງສາມາດສຳຫຼວດສິ່ງອຳນວຍຄວາມສະດວກສາທາລະນະໄດ້ຕະຫຼອດເວລາທີ່ພວກເຮົາເປີດໃຫ້ບໍລິການ ແລະ ສາມາດເຂົ້າອ່ານ ແຜ່ນພັບການທົວເບິ່ງດ້ວຍຕົນເອງ ໄດ້.

ມີ Wi-Fi ໃຫ້ບໍລິການຢູ່ Google Visitor Experience ຫຼືບໍ່?

ມີ! ພວກເຮົາມີ Wi-Fi ສາທາລະນະໃຫ້ບໍລິການໃນ Huddle, Cafe ແລະ Google Store.

ບ່ອນຈອດລົດຢູ່ໃສ?

ມີບ່ອນຈອດລົດຟຣີໃຫ້ບໍລິການຢູ່ Shoreline Amphitheatre Parking Lot C ແລະ Alta Garage. ເລື່ອນຂຶ້ນໄປຫາພາກສ່ວນ ວິທີເດີນທາງມາບ່ອນນີ້ ເພື່ອຊອກຫາລາຍລະອຽດເພີ່ມເຕີມກ່ຽວກັບສະຖານທີ່ຈອດລົດ.

ຂ້ອຍຈະຈອງກິດຈະກຳຢູ່ Huddle ໄດ້ແນວໃດ?

ທ່ານອາດມີສິດຈອງພື້ນທີ່ສຳລັບການຈັດກິດຈະກຳຢູ່ Huddle ໄດ້ຫາກທ່ານແມ່ນກຸ່ມຊຸມຊົນໃນພື້ນທີ່ ຫຼື ອົງກອນບໍ່ສະແຫວງຜົນກຳໄລ. ກະລຸນາເຂົ້າເບິ່ງ ໜ້າການຈອງ Huddle ສຳລັບຂໍ້ມູນເພີ່ມເຕີມ.

ຂ້ອຍມີຄຳຖາມທີ່ບໍ່ໄດ້ຮັບຄຳຕອບຢູ່ບ່ອນນີ້. ຂ້ອຍຈະຕ້ອງຕິດຕໍ່ໃຜ?

ຕິດຕໍ່ພວກເຮົາໂດຍກົງໄດ້ຢູ່ visit@google.com

ມີຄຳຖາມບໍ?

ຕິດຕໍ່ພວກເຮົາໄດ້ຕະຫຼອດເວລາຢູ່